ໜ້າເວັບ

ປະຫວັດໂຮງຮຽນສົງແຂວງສະຫວັນນະເຂດ

I ປະຫວັດຄວາມເປັນມາຂອງໂຮງຮຽນຕອນປາຍສົງ ແຂວງສະຫວັນນະເຂດ.


ໂຮງຮຽນປະລິຍັດຕິທັມຕອນປາຍສົງ ແຂວງສະຫວັນນະເຂດໄດ້ຖືກສ້າງຕັ້ງຂື້ນມາເປັນເວລາດົນນານແລ້ວ ຕັ້ງແຕ່ເລີ່ມມີ ວັດໄຊຍະພູມ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້: 
- ວັດໄຊຍະພູມໄດ້ສ້າງຕັ້ງຂື້ນໃນປີ ຄ.ສ 1906 ໂດຍການນຳພາຂອງຍາທ່ານ ກີນນະລີ ເປັນຜູ້ນຳພາພຣະສົງສາມະເນນ ແລະອອກຕົນຍາດໂຍມຊາວພຸທທະສາສະນິກະຊົນທຸກທົ່ວໜ້າສ້າງຂື້ນເພື່ອເປັນສະຖານທີ່ສັກກະລະບູຊາທາງພຸທທະສາສະໜາ
- ໃນປີ ຄ.ສ 1938 ແມ່ນໄດ້ສ້າງຕັ້ງໂຮງຮຽນ ປະລິຍະຕິທັມຂື້ນໂດຍການນຳເອົາຫໍແຈກ ຫຼັງເກົ່າມາເປັນບ່ອນສິດສອນໃຫ້ແກ່ພຣະສົງສາມະເນນ ແລະ ອອກຕົນຍາດໂຍມແກ່ຜູ້ມີຈິດໃຈໃສສັດທາໃນບໍວອນພຸທ ທະສາສະໜາ ໂດຍການເປັນປະທານຂອງ ພຣະ ລູກແກ້ວ ເຫຼື່ອມ ປະສັນໂນ. 
- ໃນປີ ຄ.ສ 1943 ໂຮງຮຽນຫຼັງນີ້ແມ່ນໄດ້ຖືກກໍ່ສ້າງຂື້ນເປັນໂຮງຮຽນ 2 ຊັ້ນ ໂດຍການ ນຳພາຂອງ ພຣະ ລູກແກ້ວ ເຫຼື່ອມ ປະສັນໂນ. 
- ໃນປີ ຄ.ສ 1954 ແມ່ນໄດ້ມີການເລີ່ມຕົ້ນສິດສອນຢ່າງເປັນທາງການ ໂດຍຍາທ່ານ ຊາວເປັນຫົວໜ້າອຳນວຍການໂຮງຮຽນໃນຄັ້ງນັ້ນດວ້ຍ. 
- ໃນປີ ຄ.ສ 1959 – 1960 ແມ່ນຍາທ່ານ ທັບ ແກ້ວຫານາມ ເປັນຜູ້ອຳນວຍການ ໂຮງຮຽນສົງ. 
- ໃນປີ ຄ.ສ 1971 ໄດ້ເພີ່ມຫຼັກສູດອົບຮົມສິນທັມພຸທທະສາສະໜາປະຈຳອາທິດ ເຊິ່ງມີຊື່ ຫໍ້ຍວ່າ: ອ.ພ.ສ ໂດຍການຊີ້ນຳຂອງມະຫາ ສົມລິດ. 
- ໃນປີ ຄ.ສ 1975 – 1977 ແມ່ນໄດ້ແຕ່ງຕັ້ງໃຫ້ຍາທ່ານ ຊາວ ເປັນຫົວໜ້າອຳນວຍ ການໂຮງຮຽນສົງອີກເທື່ອໜຶ່ງ ແລະ ມີຍາທ່ານ ທັບ ແກ້ວຫານາມ ເປັນຜູ້ຮອງອຳນວຍການໂຮງຮຽນປະຖົມສົງ. 
- ໃນປີ ຄ.ສ 1981 ອ.ພ.ສ ສູນກາງໄດ້ເອົາໂຮງຮຽນແຫ່ງນີ້ ເປັນໂຮງຮຽນອຸດົມສົງ ພາກໃຕ້ ( ຊັ້ນເທິງຂອງໂຮງຮຽນ ) ສ່ວນຊັ້ນລຸ່ມແມ່ນເປັນໂຮງຮຽນມັດທະຍົມຕົ້ນ ໂດຍແມ່ນ ພຣະອາຈານ ບຸນປັນ ນິຍະພັນ ເປັນຜູ້ອຳນວຍການໂຮງຮຽນ. 
- ໃນປີ ຄ.ສ 1986 – 1994 ແມ່ນໄດ້ລວມກັນເຂົ້າເປັນໂຮງຮຽນມັດທະຍົມ - ອຸດົມສົງ. 
- ໃນປີ ຄ.ສ 1995 – 1998 ແມ່ນໄດ້ປ່ຽນຊື້ເປັນໂຮງຮຽນມັດທະຍົມສົມບູນສົງແຂວງ. 
- ໃນປີ ຄ.ສ 1999 ແມ່ນໄດ້ປ່ຽນຊື່ອີກເທື່ອໜຶ່ງເປັນໂຮງຮຽນມັດທະຍົມຕອນປາຍສົງ ໄຊຍະພູມ ແຂວງສະຫວັນນະເຂດ ຈົນຮອດປະຈຸບັນນີ້. 
    ໃນປີ ຄ.ສ 1999 ໂດຍການອີງໃສ່ການກໍ່ສ້າງໂຮງຮຽນໃນເມື່ອກ່ອນແມ່ນບໍ່ທັນໄດ້ມີບົດ ຮຽນທາງດ້ານເຕັກນິກການກໍ່ສ້າງ ຈຶ່ງເຮັດໃຫ້ໂຮງຮຽນຫຼັງເກົ່າໄດ້ຮັບຄວາມເປ້ເພເສຍຫາຍຢ່າງໜັກ ແລະ ບໍ່ສາມາດນຳໃຊ້ຕໍ່ໄປໄດ້ ດັ້ງນັ້ນມາໃນປີ 1998 ຍາທ່ານ ມະຫາງອນ ດຳລຸງບຸນ ຈຶ່ງໄດ້ສ້າງໂຮງຮຽນສຳຮອງຂື້ນ 1 ຫຼັງ ລວມມີ 3 ຫ້ອງຮຽນ ເຊິ່ງມູນຄ່າໃນການກໍ່ສ້າງປະມານ 10 ລ້ານກີບ ໂດຍແມ່ນທຶນຮອນຂອງ ຍາທ່ານມະຫາງອນ ດຳລຸງບຸນ ແລະ ອອກຕົນຍາດໂຍມທຸກທົ່ວໜ້າໄດ້ສົມທົບທຶນເຂົ້າໃນການກໍ່ສ້າງຈົນສຳເລັດໃນຕໍ່ມາ. 
- ໃນປີ ຄ.ສ 2000 ແມ່ນໄດ້ມີການເລີ່ມມ້າງໂຮງຮຽນຫຼັງເກົ່າທີ່ຊຸດໂຊມໄປນັ້ນຖີ້ມ ໂດຍແມ່ນທຶນຂອງ ຍາທ່ານມະຫາງອນ ດຳລຸງບຸນ ມີມູນຄ່າທັງໝົດປະມານ 24,000,000 ກີບ ແລະ ຕໍ່ມາໃນປີດຽວກັນນັ້ນກໍ່ໄດ້ມີການກໍ່ສ້າງໂຮງຮຽນຫຼັງໃໝ່ຂື້ນ ທາງເບື້ອງຕາເວັນອອກ ໂດຍໄດ້ຮັບທຶນຊວ່ຍເຫຼືອໃນການກໍ່ສ້າງ ຈາກອົງການໃຈກ້າ ຂອງລັດຖະບານຢີ່ປຸ່ນ ລວມມູນຄ່າໃນການກໍ່ສ້າງທັງໝົດປະມານ 47,613 ໂດລາສະຫະລັດອາເມລິກາ. 
- ໃນປີ ຄ.ສ 2001 ແມ່ນໄດ້ມີການກໍ່ສ້າງໂຮງຮຽນຫຼັງໃໝ່ຂື້ນ ທາງເບື້ອງຕາເວັນຕົກ ແລະ ຫຼັງກາງ ໂດຍໄດ້ຮັບທຶນໃນການກໍ່ສ້າງໃນຄັ້ງນີ້ຈາກພຣະເດດພຣະຄຸນຂອງ ຍາທ່ານມະຫາງອນ ດຳລົງບຸນ ເປັນເຈົ້າສັທທາ ພອ້ມດວ້ຍອອກຕົນຍາດໂຍມຊາວພຸດທຸກທົ່ວໜ້າ ແລະ ຫ້າງຮ້ານຕ່າງໆເປັນຕົ້ນ. ໃນປີ 2001 ເດືອນ 7 ແມ່ນໄດ້ເລີ່ມຕົ້ນໃຈເຂົ້າໃນການນຳສິດສອນຢູ່ໃນໂຮງຮຽນຫຼັງໃໝ່ແຫ່ງນີ້ເຊິ່ງມີມູນຄ່າທັງໝົດ 758,652,000 ກີບ. ໃນໂຮງຮຽນແຫ່ງນີ້ແມ່ນເຫັນວ່າມີປະຫວັດຄວາມເປັນມາອັນຍາວນານ ເພາະວ່າໄດ້ກໍ່ຕັ້ງຂື້ນໃນລະບອບເກົ່າ ແລະ ລະບອບການປົກຄອງຂອງປະເທດລາວໃນສະໄໝນັ້ນແມ່ນປົກ ຄອງ ດວ້ຍລະບອບ ຣາຊາທິປະໄຕ ໃນສະໄໝນັ້ນພຸທທະສາສະໜາ , ວັດວາອາຮາມ ແລະ ໂຮງ ຮຽນສົງແຫ່ງຕ່າງໆແມ່ນໄດ້ຮັບການອຸປະຖຳຄ້ຳຊູ ແລະ ສະໜັບສະໜູນຈາກເຈົ້າຊີວິດແຫ່ງຣາຊະອານາຈັກລາວ ຫຼື ອະນາຈັກລາວລ້ານຊ້າງ (ໃນອະດີດ) ເພາະວ່າໃນເມື່ອກ່ອນສາສະໜາພຸທໃນປະເທດລາວໄດ້ມີຄວາມຈະເລີນຮຸ່ງເຮືອງທາງດ້ານການສ້າງສາວັດວາອາຮາມ , ພະທາດເຈດີຕ່າງໆ ແລະ ຄູບາອາຈານມີຄວາມຮູ້ແຕກສານໃນຍອດພຣະໄຕຣປີດົກກັນຫຼາຍ ຈົນມາຮອດສົງຄາມລົບລ້າງລະບອບການປົກຄອງດວ້ຍ ຣາຊາທິປະໄຕ (ລະບອບເກົ່າ) ຈຶ່ງເຮັດໃຫ້ສາສະ ໜາພຸດເຊື່ອມໂຊມຈາກໄພສົງຄາມທຳລາຍ. ມາໃນລະບອບການປົກຄອງຂອງປະຊາທິປະໄຕ ຈຶ່ງເຮັດໃຫ້ສາສະໜາພຸທ ແລະ ການສຶກສາຂອງສົງໄດ້ຮັບການອຸປະຖຳຈາກອອກຕົນຍາດໂຍມຄືນໃໝ່ຢ່າງຈິງຈັງ ແລະ ທາງລັດຖະບານກໍ່ເຫັນຄວາມສຳຄັນທາງພຸທທະສາສະໜາ ຈຶ່ງໄດ້ຮັບການສະໜັບສະໜູນ ໂດຍມີອົງການແນວລາວສ້າງຊາດ ໄດ້ເອົາໂຮງຮຽນສົງທົ່ວປະເທດໃຫ້ຂື້ນກັບກະຊວງສຶກສາທິການ ພະແນກສຶກສາສົງສູນກາງ.

 1.1 ຊື່ ແລະ ທີ່ຕັ້ງຂອງໂຮງຮຽນມັດທະຍົມຕອນປາຍສົງແຂວງສະຫວັນນະເຂດ.

 ໂຮງຮຽນມັດທະຍົມຕອນປາຍສົງ ໄຊຍະພູມ ແຂວງ ສະຫວັນນະເຂດ ແມ່ນຕັ້ງຢູ່ ບ້ານ ໄຊຍະພູມ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ ແລະ ຢູ່ພາຍໃນວັດ ໃຫ່ຍໄຊ ຍະພູມ ທາງເບື້ອງທິດຕາເວັນຕົກຂອງວັດ ເຊິ່ງມີເນື້ອທີ່ປະມານ 600 m2 (ສະເພາະແຕ່ຕົວອາຄານ) 
- ທິດເໜືອຕິດກັບເຮືອນຂອງພໍ່ແມ່ປະຊາຊົນ ແລະ ກົມກວດກາເຕັກນິກຂົນສົ່ງທາງບົກ. 
- ທິດຕາເວັນອອກຕິດກັບໂຮງຮຽນປະຖົມໄຊຍະພູມ ແລະ ເຮືອນຂອງປະຊາຊົນ. 
- ທິດໃຕ້ຕິດກັບໂຮງແຮມແມ່ຂອງ ແລະ ພະແນກໂຍທາທິການ. 
- ທິດຕາເວັນຕົກຕິດກັບຫໍມະເຫສັກ ແລະ ແມ່ນ້ຳຂອງ. 

ພຣະວັນເກີດ


ແລະ ເລາະຕາມກຳແພງດ້ານໃຕ້ແລະດ້ານຕາເວັນຕົກ ກໍ່ມີພຣະວັນເກີດ ແລະ ພຮະພຸດທະຮູບອື່ນໆ ລຽນກັນເປັນແຖວເຊິ່ງມີຈຳນວນ 9 ອົງ.
ພຣະວັນເກີດ ແລະ ອື່ນໆ
ງານນີ້ຂາດຜູ້ຂຽນບົດບໍ່ໄດ້
ແລະ ເລາະຕາມກຳແພງຂ້າງເໜືອແມ່ນມີນອນແລະ ພຣະຢືນຢູ່ 3 ອົງ
ສ.ນ ສີ
ພໍມາຮອດເວລາ 11:10 ນາທີ ພວກເຮົາໄດ້ ແລ່ນລົດອອກຈາກພຣະທາດໂພ່ນໄທີ່ວັດໂພທິຍາຣາມ ຫຼື ວັດສວນຕານ, ວັດນີ້ເປັນວັດທີ່ເກົ່າແກ່ມາຫຼາຍປີພໍສົມຄວນ. ພາຍໃນວັດມີພຣະໃຫຍ່ ແລະ ຮອຍພຣະບາດ ເປັນວັດທີ່ເຕັມໄປດ້ວຍຕົ້ນໄມ້, ຕົ້ນມາກພ້າວເປັນຈຳນວນຫຼາຍ.
ປະຕູໃຫຍ່ດ້ານໜ້າວັດ
ພຣະໃຫຍ່
ຮູບຮອຍພຣະບາດ








ພຣະທາດໂພ່ນ


ອາຈານນ້ອຍຫົວໜ້າຂັບລົດຖ້າຫົວໜ້າໃຫຍ່ຊື້ອາຫານ

     ຫຼັງຈາກນັ້ນກໍ່ໄດ້ອອກເດີນທາງຕໍ່ ຈົນໄປຮອດທາງແວະບ້ານໂພສີແກ້ວເມືອງໄຊພູທອງ ເຊິ່ງຢູ່ຂ້າງຂວາມືຂອງທາງເລກທີ່ 13 ໃຕ້ແແລ່ນຕາມສາຍທາງໂດຍຜ່ານບ້ານນາຄຳ ແລະ ໃນທີ່ສຸດພວກເຮົາກໍ່ມາຮອດ ວັດພຣະທາດໂພ່ນ ເວລາ 10:30 ນາທີ. ບັນຍາກາດໃນເດີ່ນພຣະທາດໂພ່ນເໝືອນມີງານບຸນຢູ່ຕະຫຼອດເພາະວ່າໄດ້ມີນັກທ່ອງທ່ຽວ ແລະ ຊາວພຸດທັງໃນລາວ ແລະ ຕ່າງປະເທດມາຢ້ຽມຢາມທີ່ນີ້ຢ່າງຫຼວງຫຼາຍ. ຈະເວົ້າເຖິງພຣະທາດໂພ່ນກ່ອນແຕ່ຈະບໍ່ໄດ້ເວົ້າເຖິງປະຫວັດແຕ່ຢ່າງໃດ ມີແຕ່ບອກທີ່ຕັ້ງຕາມທິດທາງຂອງວັດໃຫ້ຮູ້ໜ້ອຍໜຶ່ງ. ສຳລັບພຣະທາດໂພ່ນແມ່ນຕັ້ງຢ່ໃຈກາງຂອງວັດທິດຕາເວັນອອກກໍ່ມີປະຕູໃຫຍ່ຖັດມາກໍ່ແມ່ນສາລາໂຮງທຳ ພຸດທະສິມມາ ແລະ ກຸດຕິທີ່ພັກສຳລັບພຣະສົງສາມະເນນພາຍໃນວັດ, ທິດໃຕ້ເລີ່ມຈາກປະຕູໂຂງໃຫຍ່ແລ້ວໄປທີ່ຂ້າງພຣະທາດດ້ານຕາເວັນຕົກກໍ່ມີຕົ້ນໂພໃຫຍ່ຕົນໜຶ່ງເຊິ່ງໃນຂະນະນີ້ເປັນໂພໄດ້ອອກໃບອອ່ນຂຽວທອງພໍດີງາມຕາຢູ່ດ້ານເຫງົ້າຕົ້ນໂພແມ່ນມີພຣະນັ່ງຢູ່ອົງໜຶ່ງ.
ພຣະທາດໂພ່ນ
ສາລາໂຮງທຳຕັ້ງຢູ່ຂ້າງເໜືອຂອງພຮະທາດ
ພຸດທະສິມມາຕັ້ງຢູ່ຂ້າງສາລາໂຮງທຳໃຫຍ່
ປະຕູໂຂງດ້ານເໜືອ


ຕົ້ນໂພສີກຳລັງອອກໃບງາມ.
ພຣະ ພູວາ ສີລາວົງ ຜູ້ເກັບກຳບົດ





ການເດີນທາງໄປພຣະທາດໂພ່ນ

ການເດີນທາງໄປພຣະທາດໂພ່ນ


ສະບາຍດີທ່ານຜູ້ອ່ານທັງຫຼາຍ ອັດຕະມາ ພຣະ ພູວາ ສີລາວົງ ໄດ້ບັນທຶກການເດີນທາງໄປພຣະທາດໂພ່ນເປັນບົດຄວາມມາໃຫ້ທ່ານອ່ານຕາມເວລາທີ່ສົມຄວນ.
     ໃນຕອນເຊົ້າວັນອັງຄານ ວັນທີ 5 ເດືອນ 3 ປີ 2013 ນີ້ເປັນມື້ທີ່ມີອາກາດເຢັນດີເພາະວ່າໄດ້ມີສາຍລົມພັດມາທາງທິດເໜືອຂອງປະເທດລາວເຮົາ, ບາງບ່ອນກໍ່ມີລົມພັດແຮງ. ແຕ່ວ່າອາກາດແບບນີ້ເໝາະສຳລັບການເດີນທາງໄປທ່ຽວທີ່ແຫຼ່ງທ່ອງທ່ຽວຕ່າງໆ. ຖ້າອາກາດຮ້ອນອົບເອົ້າການເດີນທ່ຽວຈະບໍ່ຄ່ອຍສະດວກເທົ່າໃດ ເພາະວ່າຄົນເຮົາຖ້າຄວາມຮ້ອນມາກະທົບໃສ່ຮ່າງກາຍຈະເກີດອາການຫງຸດຫງິດງ່າຍ ແລະ ເຮັດໃຫ້ຮ່າງກາຍເສຍທາດນ້ຳໄປຫຼາຍ.
ວັນນີ້ທາງເຈົ້າອາວາດວັດສຸນັນທາຣາມ ພ້ອມດ້ວຍພຣະ, ເນນ ແລະ ອອກຕົນຍາດໂຍມໄດ້ປຶກສາກັນວ່າຈະນຳໄຟທີ່ນຳຈູດໃນງານເທທອງຫຼໍ່ພຣະພຸດທະຮູບທີ່ວັດສຸນັນທາຣາມ ເມື່ອຄືນວັນເສົາ ວັນທີ່ 2 ເດືອນ 3 ປີ 2013 ທີ່ຜ່ານມາ. ການເດີນທາງໃນຄັ້ງນີ້ແມ່ນໄດ້ເລີ່ມເດີນທາງຕອນເວລາ 8:30 ນາທີ, ພາຫະນະເດີນທາງແມ່ນລົດຂອງວັດສຸນັນທາຣາມເອງ. ໂດຍແລ່ນອອກຈາກວັດແລ້ວໄປຕາມຖະໜົນພໍ່ກະດວດ ຕໍ່ໃສ່ບ້ານນາເຊັງ ແລ່ນອອກຕາມສານທາງສູ່ຫຼັກ 35 ພໍຮອດກໍ່ໄດ້ພາກັນແວະຊື້ປີ້ງໄກ່ໄວ້ສຳລັບອາຫານທ່ຽງ, ເຊິ່ງໄດ້ມີການເກັບຮູບມາໃຫ້ເບິ່ງ, ການຢຸດໃນທີ່ນີ້ແມ່ນປະມານ 10 ນາທີ






ຄູບາ ລົດຈະນາ ກຳລັງຖ້າ ຫົວໜ້າຊື້ປີ້ງໄກ່.

ລູກນ້ອງທີ່ກຳລັງນັ່ງຖ້າຫົວໜ້າ

ສ.ນ ບຸນທະວີ ແລະ ພຣະ ພູວາ

ຍາຄູ ຜາແດງ + ຍາຄູ ປຸກກີ້ + ສ.ນ ສະເລີ.

ກຳລັງບັນທຶກການເດີນທາງ

ຈັກເຮັດຫຍັງບໍ່ຮູ້ ອິອິິອິ

ອາຈານນ້ອຍຫົວໜ້າຂັບລົດຖ້າຫົວໜ້າໃຫຍ່ຊື້ອາຫານ

ປະຫວັດວັດສຸນັນທາຣາມ

ວັດສຸນັນທາຣາມ ເມືອງໄກສອນພົມວິຫານ ເປັນວັດຕົວແບບໃນແຂວງສະຫວັນນະເຂດ ເຊິ່ງໄດ້ມະຕິຕົກລົງກັນໃນກອງປະຊຸມຜູ້ແທນ ອພສ ແຂວງ ໃນປີ 2005.
1. ທີ່ຕັ້ງຂອງວັດສຸນັນທາຣາມ
ຕາມບົດບັນທຶກມອບຮັບທີ່ດິນ ວັດສຸນັນທາຄັ້ງວັນທີ 23 ເມສາ 1968 ລະຫວ່າງຜູ້ປະກອບສ່ວນກັບຄະນະກຳມະການສ້າງວັດ ເຊິ່ງປະກອບດ້ວຍພຣະຫຼັກຄຳວິສຸດທິຄຸນ "ຍາທ່ານ ອາດ ສຸພັດໂທ" ເຈົ້າຄະນະແຂວງສະຫວັນນະເຂດເປັນປະທານພາຍໃນ, ທ່ານ ບຸນຍູ້ ພະໄຊສິທິເດດ ເຈົ້າແຂວງສະຫວັນນະເຂດ ເປັນປະທານພາຍນອກ ແລະ ຄະນະພະແນກການພາກສ່ວນທີ່ກ່ຽວຂ້ອງ ເປັນສັກຂີພະຍານ.
2. ລາຍຊື່ເຈົ້າຂອງທີ່ດິນ.
- ທ່ານ ນາຍພົນ ລຳເງິນ ພະສະຫວັດ     1,626 ແມັດ.
- ແມ່ຍາ ຄຳບູ່ ລາດຊະໂພ           887 ແມັດ.
- ແມ່ຍາ ຂາວຈັນດາ              7,312 ແມັດ.
- ແມ່ຍາ ພຽນ                   5,983 ແມັດ.
ປ່າຊ້າເທດສະບານເມືອງຄັນທະບູລີແຫ່ງນີ້ ເລີ່ມມີຂຶ້ນໃນປີ 1952 ຕໍ່ມາປີ 1956 ທ່ານ ມະຫາປານ ອານັນໂທ ໄດ້ຮຽນຈົບທັມເອກ 9 ປະໂຫຍກ ຈາກປະເທດອິນເດຍ ໄດ້ມາຕັ້ງສຳນັກວັດປ່າມະຫາພຸດທະວົງສາ ປ່າຫຼວງ ນະຄອນຫຼວງວຽງຈັນ ຫົວໜ້າກຳມະທິການ ປະລະມະຈານ ວິປັສນາກຳມັດຖານ. ແຫ່ງລາຊອານາຈັກລາວ. ສຳນັກຢູ່ທີ່ວັດພຸດທະວົງສາ ໂສກປ່າຫຼວງ ນະຄອນຫຼວງວຽງຈັນ. ໄດ້ແບ່ງສາຂາຍ່ອຍອອກເປັນ:
- ວັດບູບຜາວິປັສນາຣາມ ແຂວງຫຼວງພຣະບາງ.
- ວັດປ່າ ບູລະພາຣາມ (ວັດສຸນັນທາຣາມ ແຂວງສະຫວັນນະເຂດ).
ຍາທ່ານມະຫາປານໄດ້ນຳເອົາໄມ້ສີມະຫາໂພ ທີ່ສືບສາຍຕົ້ນໂພທີ່ພຣະພຸດທະເຈົ້າຕັສຣູ້ທັມ ຈາກປະເທດອິນເດຍ ມາປູກໄວ້ທາງອອກຂອງວັດ ຫຼັງຈາກນັ້ນໄດ້ດຳເນີນການກກໍ່ສ້າງວັດຕະຫຼອດມາ.ຍາທ່ານ ມະຫາປານ ເຫັນວ່າສະຖານທີ່ແຫ່ງນີ້ເປັນພື້ນທີ່ປ່າ ແລະ ເຂດປ່າຊ້າທີ່ຫ່າງໄກຈາກບ້ານ ແລະ ຊຸມຊົນມີຄວາມສະຫງົບເໝາະແກ່ການປະຕິບັດວິປັສນາກຳມັດຖານ, ຈຶ່ງໄດ້ຕັ້ງຊື່ວັດວ່າ: ວັດປ່າທັມມະວິເວກ ໃນຂະນະນັ້ນກໍ່ເລີ່ມມີພຣະສົງມາຢູ່ກໍ່ບໍ່ປົກກະຕິປານໃດ ມາພັກເຊົາຢູ່ທີ່ຕູບນ້ອຍທີ່ປຸກໄວ້ບໍ່ດົນກໍ່ຍ້າຍອອກໄປເມື່ອມາຮອດປີ 1967 ຍາທ່ານ ມະຫາປານ ໄດ້ເບິ່ງເຫັນວ່າ ຍາທ່ານ ທ່ອນ ສາຣະໂທ ເປັນພຣະນັກວິປັດສະນາກຳມັດຖານ, ເປັນຫົວໜ້າທີ່ມີຄວາມຮູ້ທາງດ້ານທັມມະ. ຈຶ່ງໄດ້ແຕ່ງຕັ້ງໃຫ້ ຍາທ່ານ ທ່ອນ ສາຣະໂທ ລົງມາສອນຫຼັກທັມວິປັສນາກຳມັດຖານຢູ່ທີວັດແຫ່ງນີ້ພ້ອມທັງແຕ່ງຕັ້ງໃຫ້ເປັນເຈົ້າອາວາດ. ໃນຂະນະນັ້ນອອກຕົນອອກຕົນຍາດໂຍມ ໄດ້ມາສັດທາເຫຼື່ອມໃສ ໄດ້ຖວາຍທີ່ດິນຂອງຕົນໃຫ້ແກ່ວັດເພື່ອຂະຫຍາຍໃຫ້ກວ້າງອອກຕື່ມ. ຕໍ່ມາກໍ່ໄດ້ມີອອກຕົນຍາດໂຍມໄດ້ເຫັນເຖິງຄວາມສຳຄັນຂອງພຸດທະສາສນາກໍ່ຄືບຸນຄຸນຂອງຍາທ່ານ ທ່ອນ ສາຣະໂທ ທີ່ໄດ້ອົບຮົມສອນ ແລະ ໃຫ້ທັມມະເພື່ອໃຫ້ດຳລົງຊີວິດຢູ່ໄດ້ໃນທາງທີ່ຖືກຕ້ອງ ແລະ ໃຫ້ພາກັນປະຕິບັດ ຮັກສາສິນ ພາວະນາ ຫ້າມບໍ່ໃຫ້ຂ້າສັດຕັດຊີວິດ ແລະ ຮັກສາຮີດຄອງປະເພນີ, ມໍລະດົກ, ສັນຍາລັກຂອງຊາດລາວໄວ້ ຈຶ່ງໄດ້ມີຜູ້ເຂົ້າມາບວດເປັນລູກສິດລູກຫາຂອງ ຍາທ່ານ ທ່ອນ ສາຣະໂທ ເປັນຈຳນວນຫຼວງຫຼາຍ ເພື່ອສຶກສາພຣະທັມ, ວິໄນ ຕ່າງໆ. ທາງຄະນະກຳມະການພຸດທະສາສນາພາຍໃນ ແລະ ພາຍນອກ ເຫັນວ່າວັດດັ່ງກ່າວຕັ້ງຢູ່ພາຍນອກຂອງຕົວເມືອງ. ຈຶ່ງຕົກລົງເຫັນດີກັນວ່າຄວນຈະໃສ່ຊື່ວັດວ່າ ວັດບູຣະພາຣາມ ເພາະຕັ້ງຢູ່ທາງທິດເໜືອຂອງວັດໃຫຍ່ໄຊຍະພູມ ເມື່ອສ້າງວັດຂຶ້ນມາແລ້ວກໍ່ມີປະຊາຊົນ ທີ່ມີໄຮ່ນາຂອງຕົນຢູ່ໃກ້ແຖບນີ້ ຍ້າຍບ້ານເຮືອນມາຕັ້ງຢູ່ໃກ້ວັດນີ້ຫຼາຍຄອບຄົວຈຶ່ງຕັ້້ງຊື່ບ້ານວ່າ: ບ້ານ ສຸນັນທາ. ຍາທ່ານ ທ່ອນ ກໍ່ໄດ້ນຳພາພຮະສົງສາມະເນນ ພໍ່ແມ່ປະຊາຊົນ ບ້ານສຸນັນທາ, ບ້ານທ່າເມືອງ, ບ້ານຈອມແກ້ວ ສ້າງກຸຕິສຳລັບທີ່ພັກເຊົາຂອງພຣະສົງ, ສ້າງສາລາບ່ອນໄວ້ສົບ, ສ້າງສາລາໂຮງທຳ ແລະ ສິມ ໂດຍສະເພາະແມ່ນ ທ່ານ ໝອກ ພູມສະຫວັນ ເປັນຜູ້ລະດົມທຶນຮອນຈາກພຸດທະສາກະນິກະຊົນ ເພື່ອນຳມາສ້າງສາວັດນີ້ ຈົນສືບມາຮອດປັດຈຸບັນ ວັດສຸນັນທາຣາມ ໄດ້ມີການບູລະນະສ້າງສາຢ່າງບໍ່ຂາດສາຍໂດຍແມ່ນການນຳພາຂອງເຈົ້າອາວາດແຕ່ລະສະໄໝ.

    
ປະຕູໂຂງວັດສຸນັນທາ ດ້ານຕາເວັນຕົກ

ການກໍ່ສ້າງກຸດຕິສາມຊັ້ນວັດສຸນັນທາຣາມ


ການເທຄານກຸດຕິສາມຊັ້ນ ນີ້ຄືຊັ້ນທຳອິດ