ການເດີນທາງໄປພຣະທາດໂພ່ນ
ສະບາຍດີທ່ານຜູ້ອ່ານທັງຫຼາຍ ອັດຕະມາ ພຣະ ພູວາ ສີລາວົງ
ໄດ້ບັນທຶກການເດີນທາງໄປພຣະທາດໂພ່ນເປັນບົດຄວາມມາໃຫ້ທ່ານອ່ານຕາມເວລາທີ່ສົມຄວນ.
ໃນຕອນເຊົ້າວັນອັງຄານ ວັນທີ 5
ເດືອນ 3 ປີ 2013 ນີ້ເປັນມື້ທີ່ມີອາກາດເຢັນດີເພາະວ່າໄດ້ມີສາຍລົມພັດມາທາງທິດເໜືອຂອງປະເທດລາວເຮົາ,
ບາງບ່ອນກໍ່ມີລົມພັດແຮງ.
ແຕ່ວ່າອາກາດແບບນີ້ເໝາະສຳລັບການເດີນທາງໄປທ່ຽວທີ່ແຫຼ່ງທ່ອງທ່ຽວຕ່າງໆ.
ຖ້າອາກາດຮ້ອນອົບເອົ້າການເດີນທ່ຽວຈະບໍ່ຄ່ອຍສະດວກເທົ່າໃດ
ເພາະວ່າຄົນເຮົາຖ້າຄວາມຮ້ອນມາກະທົບໃສ່ຮ່າງກາຍຈະເກີດອາການຫງຸດຫງິດງ່າຍ ແລະ
ເຮັດໃຫ້ຮ່າງກາຍເສຍທາດນ້ຳໄປຫຼາຍ.
ວັນນີ້ທາງເຈົ້າອາວາດວັດສຸນັນທາຣາມ
ພ້ອມດ້ວຍພຣະ, ເນນ ແລະ
ອອກຕົນຍາດໂຍມໄດ້ປຶກສາກັນວ່າຈະນຳໄຟທີ່ນຳຈູດໃນງານເທທອງຫຼໍ່ພຣະພຸດທະຮູບທີ່ວັດສຸນັນທາຣາມ
ເມື່ອຄືນວັນເສົາ ວັນທີ່ 2 ເດືອນ 3 ປີ 2013 ທີ່ຜ່ານມາ.
ການເດີນທາງໃນຄັ້ງນີ້ແມ່ນໄດ້ເລີ່ມເດີນທາງຕອນເວລາ 8:30 ນາທີ,
ພາຫະນະເດີນທາງແມ່ນລົດຂອງວັດສຸນັນທາຣາມເອງ. ໂດຍແລ່ນອອກຈາກວັດແລ້ວໄປຕາມຖະໜົນພໍ່ກະດວດ
ຕໍ່ໃສ່ບ້ານນາເຊັງ ແລ່ນອອກຕາມສານທາງສູ່ຫຼັກ 35 ພໍຮອດກໍ່ໄດ້ພາກັນແວະຊື້ປີ້ງໄກ່ໄວ້ສຳລັບອາຫານທ່ຽງ,
ເຊິ່ງໄດ້ມີການເກັບຮູບມາໃຫ້ເບິ່ງ, ການຢຸດໃນທີ່ນີ້ແມ່ນປະມານ 10 ນາທີ
ไม่มีความคิดเห็น:
แสดงความคิดเห็น